ໄຮເປີລິ້ງ

ເປີດກ່ອງໂຕ້ຕອບທີ່ຊ່ວຍໃຫ້ທ່ານສາມາດແກ້ໄຂໄຮເປີລິ້ງໄດ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ແຊກ - ໄຮເປີລິ້ງ.

ເລືອກ ແກ້ໄຂ - ໄຮເປີລິ້ງ, ເມື່ອຕົວຊີ້ວາງຢູ່ໃນໄຮເປີລິ້ງ.

ຈາກເມນູບໍລິບົດ:

ເລືອກ ແກ້ໄຂໄຮເປີລິ້ງ, ເມື່ອຕົວຊີ້ວາງຢູ່ໃນໄຮເປີລິ້ງ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ແຊກ - ໄຮເປີລິ້ງ.

ຈາກແຖບເຄື່ອງມື:

ໄອຄອນໄຮເປີລິ້ງ

ກ່ອງໂຕ້ຕອບໄຮເປີລິ້ງ

ຈາກຄີບອດ:

+ K


ເລືອກປະເພດຂອງໄຮເປີລິ້ງທີ່ຈະແຊກ.

ອິນເຕີເນັດ

ໃຊ້ໜ້າ ອິນເຕີເນັດ ຂອງ ກ່ອງໂຕ້ຕອບໄຮເປີລິ້ງ ເພື່ອແກ້ໄຂໄຮເປີລິ້ງທີ່ມີ "http://".

ເມລ

ໃນໜ້າ ເມລ ໃນ ກ່ອງໂຕ້ຕອບໄຮເປີລິ້ງ ທ່ານສາມາດແກ້ໄຂໄຮເປີລິ້ງສຳລັບທີ່ຢູ່ອີເມລໄດ້.

ເອກະສານ

ໄຮເປີລິ້ງໄປຫາເອກະສານໃດໆ ຫຼື ເປົ້າໝາຍໃນເອກະສານສາມາດແກ້ໄຂໄດ້ໂດຍໃຊ້ແທັບ ເອກະສານ ຈາກ ກ່ອງໂຕ້ຕອບໄຮເປີລິ້ງ.

ເອກະສານໃໝ່

ໃຊ້ແທັບ ເອກະສານໃໝ່ ຈາກ ກ່ອງໂຕ້ຕອບໄຮເປີລິ້ງ ເພື່ອຕັ້ງຄ່າໄຮເປີລິ້ງໄປຫາເອກະສານໃໝ່ ແລະ ສ້າງເອກະສານໃໝ່ໄປພ້ອມໆກັນ.

ນຳໃຊ້

ນຳໃຊ້ຂໍ້ມູນໃສ່ເອກະສານຂອງທ່ານ.

ປິດ

ປິດກ່ອງໂຕ້ຕອບໂດຍບໍ່ບັນທຶກ.

ຊ່ວຍເຫຼືອ

ເປີດສ່ວນຊ່ວຍເຫຼືອ.

ຕັ້ງຄ່າຄືນໃໝ່

ຕັ້ງຄ່າລາຍການໃນກ່ອງໂຕ້ຕອບຄືນໃໝ່ເປັນສະຖານະເດີມ.