ແຖບຄຸນສົມບັດວັດຖຸການແຕ້ມ

ແຖບ ຄຸນສົມບັດວັດຖຸການແຕ້ມ ສຳລັບວັດຖຸທີ່ທ່ານເລືອກໃນແຜ່ນງານ ປະກອບມີຄຳສັ່ງການຈັດຮູບແບບ ແລະ ການຈັດວາງ.

ເສັ້ນ

ຕັ້ງຄ່າຕົວເລືອກການຈັດຮູບແບບສຳລັບເສັ້ນທີ່ເລືອກ.

ໄອຄອນ ເສັ້ນ

ເສັ້ນ

ຮູບແບບລູກສອນ

ເປີດແຖບເຄື່ອງມື ຫົວລູກສອນ. ໃຊ້ສັນຍະລັກທີ່ສະແດງເພື່ອຕັ້ງຮູບແບບສຳລັບສ່ວນປາຍຂອງເສັ້ນທີ່ເລືອກ.

ໄອຄອນປາຍເສັ້ນ

ຮູບແບບລູກສອນ

ຮູບແບບເສັ້ນ

ເລືອກຮູບແບບເສັ້ນທີ່ທ່ານຕ້ອງການໃຊ້.

ໄອຄອນຮູບແບບເສັ້ນ

ຮູບແບບເສັ້ນ

ຄວາມໜາຂອງເສັ້ນ

ເລືອກຄວາມໜາສຳລັບເສັ້ນ. ທ່ານສາມາດລະບຸຫົວໜ່ວຍວັດແທກໄດ້. ຄວາມໜາຂອງເສັ້ນເປັນສູນຈະສົ່ງຜົນໃຫ້ເປັນເສັ້ນບາງໆ (hairline) ທີ່ມີຄວາມໜາເທົ່າກັບໜຶ່ງພິກເຊວຂອງສື່ການສະແດງຜົນ.

ໄອຄອນຄວາມໜາຂອງເສັ້ນ

ຄວາມໜາຂອງເສັ້ນ

ສີເສັ້ນ

ເລືອກສີສຳລັບເສັ້ນ.

ໄອຄອນສີເສັ້ນ

ສີເສັ້ນ

ພື້ນທີ່

ຕັ້ງຄ່າຄຸນສົມບັດການເຕີມຂອງວັດຖຸການແຕ້ມທີ່ເລືອກ.

ໄອຄອນ ພື້ນທີ່

ພື້ນທີ່

ສີພື້ນຫຼັງ

ເລືອກປະເພດການເຕີມທີ່ທ່ານຕ້ອງການນຳໃຊ້ກັບວັດຖຸການແຕ້ມທີ່ເລືອກ.

ໄອຄອນຮູບແບບພື້ນທີ່ / ການຕື່ມສີ

ຮູບແບບພື້ນທີ່ / ການຕື່ມສີ

ໝູນ

ໝູນວັດຖຸທີ່ເລືອກ.

ໄອຄອນໝູນ

ໝູນ

ຈຸດຍຶດ

ຊ່ວຍໃຫ້ທ່ານສາມາດສະຫຼັບລະຫວ່າງຕົວເລືອກຈຸດຍຶດໄດ້.

ຈາກແຖບເຄື່ອງມື:

ໄອຄອນ ຈຸດຢຶດ

ຈຸດຢຶດ

ໄວ້ທາງໜ້າສຸດ

ຍ້າຍວັດຖຸທີ່ເລືອກໄປໄວ້ເທິງສຸດຂອງລຳດັບການຊ້ອນກັນ, ເພື່ອໃຫ້ມັນຢູ່ທາງໜ້າວັດຖຸອື່ນໆ.

ໄອຄອນ ເອົາໄວ້ໜ້າສຸດ

ເອົາໄວ້ໜ້າສຸດ

ໄວ້ທາງຫຼັງສຸດ

ຍ້າຍວັດຖຸທີ່ເລືອກໄປໄວ້ລຸ່ມສຸດຂອງລຳດັບການຊ້ອນກັນ, ເພື່ອໃຫ້ມັນຢູ່ທາງຫຼັງວັດຖຸອື່ນໆ.

ໄອຄອນ ເອົາໄວ້ຫຼັງສຸດ

ເອົາໄວ້ຫຼັງສຸດ

ໄວ້ທາງໜ້າຂໍ້ຄວາມ

ຍ້າຍວັດຖຸທີ່ເລືອກໄປໄວ້ທາງໜ້າຂໍ້ຄວາມ.

ໄອຄອນ ໄວ້ທາງໜ້າສຸດ

ໄວ້ທາງໜ້າສຸດ

ໄວ້ທາງຫຼັງຂໍ້ຄວາມ

ຍ້າຍວັດຖຸທີ່ເລືອກໄປໄວ້ທາງຫຼັງຂໍ້ຄວາມ.

ໄອຄອນ ໄວ້ທາງຫຼັງສຸດ

ໄວ້ທາງຫຼັງສຸດ

ການຈັດວາງ

ປ່ຽນແປງການຈັດວາງຂອງວັດຖຸທີ່ເລືອກ.

ໄອຄອນ

ການຈັດວາງ