ການເຮັດໃຫ້ການປ່ຽນສະໄລ້ເຄື່ອນໄຫວ

ທ່ານສາມາດນຳໃຊ້ເອັບເຟັກພິເສດທີ່ຈະຫຼິ້ນເມື່ອທ່ານສະແດງສະໄລ້.

ເພື່ອໃຫ້ນຳໃຊ້ເອັບເຟັກການປ່ຽນໃສ່ສະໄລ້

  1. ໃນມຸມເບິ່ງ ປົກກະຕິ, ເລືອກສະໄລ້ທີ່ທ່ານຕ້ອງການເພີ່ມເອັບເຟັກການປ່ຽນໃສ່.

  2. ໃນແຖບ ໜັກວຽກ, ຄລິກ ການປ່ຽນສະໄລ້.

  3. ເລືອກການປ່ຽນສະໄລ້ຈາກລາຍການ.

ທ່ານສາມາດເບິ່ງຕົວຢ່າງເອັບເຟັກການປ່ຽນໄດ້ໃນໜ້າຕ່າງເອກະສານ.

ໄອຄອນ ບັນທຶກ

ໃນແຖບສະໄລ້ ຈະມີໄອຄອນ ປະກົດຂຶ້ນຖັດຈາກຕົວຢ່າງຂອງສະໄລ້ເຫຼົ່ານັ້ນທີ່ມີການປ່ຽນສະໄລ້. ເມື່ອທ່ານນຳສະເໜີສະໄລ້ດ້ວຍ Presenter Console, ໄອຄອນ ຈະບົ່ງບອກວ່າສະໄລ້ຖັດໄປມີການປ່ຽນສະໄລ້.


ເພື່ອໃຫ້ນຳໃຊ້ເອັບເຟັກການປ່ຽນແບບດຽວກັນໃສ່ຫຼາຍກວ່າໜຶ່ງສະໄລ້

  1. ໃນມຸມເບິ່ງ ຕົວຈັດລຽງສະໄລ້, ເລືອກສະໄລ້ທີ່ທ່ານຕ້ອງການເພີ່ມເອັບເຟັກການປ່ຽນໃສ່.

    ຖ້າທ່ານຕ້ອງການ, ທ່ານສາມາດນຳໃຊ້ແຖບເຄື່ອງມື ຊູມໄອຄອນຊູມ ເພື່ອປ່ຽນກຳລັງຂະຫຍາຍຂອງມຸມເບິ່ງສຳລັບສະໄລ້.

  2. ໃນແຖບໜັກວຽກ, ຄລິກ ການປ່ຽນສະໄລ້.

  3. ເລືອກການປ່ຽນສະໄລ້ຈາກລາຍການ.

ເພື່ອເບິ່ງຕົວຢ່າງເອັບເຟັກການປ່ຽນສຳລັບສະໄລ້, ຄລິກທີ່ໄອຄອນນ້ອຍໆ ຢູ່ທາງລຸ່ມສະໄລ້ໃນ ແຖບສະໄລ້.

ເພື່ອລຶບເອັບເຟັກການປ່ຽນອອກ

  1. ໃນມຸມເບິ່ງ ຕົວຈັດລຽງສະໄລ້, ເລືອກສະໄລ້ທີ່ທ່ານຕ້ອງການລຶບເອັບເຟັກການປ່ຽນອອກ.

  2. ເລືອກ ບໍ່ມີການປ່ຽນ ໃນລາຍການໃນແຖບ ໜັກວຽກ.