ການເຊື່ອມຕໍ່ໄລຍະໄກ

ສະແດງລາຍການການເຊື່ອມຕໍ່ ການຄວບຄຸມໄລຍະໄກຂອງ Impress ທັງໝົດທີ່ມີຢູ່.

ເພື່ອເຂົ້າເຖິງຄຳສັ່ງນີ້...

ໃນຂັ້ນຕົ້ນ, ໃຫ້ໝາຍຕິກໃສ່ຫ້ອງ ເປີດໃຊ້ການຄວບຄຸມໄລຍະໄກ ໃນ – LibreOffice Impress – ທົ່ວໄປ.

ເລືອກເມນູ ການສະແດງສະໄລ້ - ການຄວບຄຸມໄລຍະໄກຂອງ Impress.


ການຕັ້ງຄ່າການເຊື່ອມຕໍ່ໄລຍະໄກ

ວິທີເປີດໃຊ້ການເຊື່ອມຕໍ່ໄລຍະໄກ:

  1. ເປີດແອັບພລິເຄຊັນ Impress Remote ໃນອຸປະກອນມືຖື.

  2. ເປີດກ່ອງຂໍ້ຄວາມ ການເຊື່ອມຕໍ່ໄລຍະໄກ,

  3. ເລືອກອຸປະກອນໃນລາຍການ,

  4. ໃສ່ໝາຍເລກ PIN ທີ່ສະແດງຢູ່ໃນອຸປະກອນ ແລ້ວກົດ ເຊື່ອມຕໍ່ ເພື່ອອະນຸຍາດການເຊື່ອມຕໍ່.

ຕອນນີ້ອຸປະກອນ ແລະ ຄອມພິວເຕີໄດ້ເຊື່ອມຕໍ່ກັນແລ້ວ, ການນຳສະເໜີປັດຈຸບັນຈະເຂົ້າສູ່ໂໝດການນຳສະເໜີທັນທີ ໂດຍຄວບຄຸມຜ່ານອຸປະກອນມືຖື.

ວິທີຕັດການເຊື່ອມຕໍ່ຈາກອຸປະກອນມືຖື

  1. ເປີດກ່ອງຂໍ້ຄວາມ ການເຊື່ອມຕໍ່ໄລຍະໄກ,

  2. ເລືອກອຸປະກອນໃນລາຍການ,

  3. ຄລິກ ລຶບການອະນຸຍາດໄຄເອັນ.