ການຊ່ວຍເຫຼືອ LibreOffice 25.8
ກຳນົດໂໝດການສະແດງຜົນທີ່ມີໃຫ້ໃຊ້. ໂດຍການເລືອກການສະແດງຜົນແບບອື່ນ, ທ່ານສາມາດເພີ່ມຄວາມໄວໃນການສະແດງຜົນໜ້າຈໍໃນຂະນະທີ່ແກ້ໄຂການນຳສະເໜີຂອງທ່ານ.
ກຳນົດວ່າຈະໃຫ້ສະແດງບັນທັດຢູ່ທາງເທິງ ແລະ ທາງຊ້າຍຂອງພື້ນທີ່ເຮັດວຽກຫຼືບໍ່.
ກຳນົດວ່າຈະໃຫ້ສະແດງເສັ້ນນຳທາງເມື່ອມີການຍ້າຍວັດຖຸຫຼືບໍ່.
LibreOffice ຈະສ້າງເສັ້ນນຳທາງແບບຈຸດ ທີ່ຂະຫຍາຍອອກໄປນອກກອບຂອງວັດຖຸທີ່ເລືອກ ແລະ ກວມເອົາທົ່ວພື້ນທີ່ເຮັດວຽກ ເພື່ອຊ່ວຍໃຫ້ທ່ານກຳນົດຕຳແໜ່ງວັດຖຸໄດ້ງ່າຍຂຶ້ນ.
ທ່ານຍັງສາມາດໃຊ້ຟັງຊັນນີ້ຜ່ານ ທີ່ມີຊື່ດຽວກັນໃນແຖບ ຕົວເລືອກ ຫາກມີເອກະສານການນຳສະເໜີ ຫຼື ເອກະສານການແຕ້ມເປີດຢູ່.
ສະແດງຈຸດຄວບຄຸມຂອງທຸກໆຈຸດ Bézier ຖ້າທ່ານໄດ້ເລືອກ ເສັ້ນໂຄ້ງ Bézier ໄວ້ກ່ອນໜ້ານີ້. ຖ້າບໍ່ໄດ້ໝາຍເອົາຕົວເລືອກ ຈຸດຄວບຄຸມທັງໝົດໃນ Bézier, ຈະເຫັນສະເພາະຈຸດຄວບຄຸມຂອງຈຸດ Bézier ທີ່ຖືກເລືອກເທົ່ານັ້ນ.
LibreOffice ຈະສະແດງເສັ້ນຂອບຂອງແຕ່ລະວັດຖຸ ເມື່ອມີການຍ້າຍວັດຖຸນັ້ນ. ຕົວເລືອກ ເສັ້ນຂອບຂອງແຕ່ລະວັດຖຸ ຊ່ວຍໃຫ້ທ່ານເຫັນວ່າວັດຖຸໃດໜຶ່ງໄປຊ້ອນທັບກັບວັດຖຸອື່ນໃນຕຳແໜ່ງເປົ້າໝາຍຫຼືບໍ່. ຖ້າທ່ານບໍ່ໝາຍເອົາຕົວເລືອກນີ້, LibreOffice ຈະສະແດງພຽງແຕ່ກອບຮູບສີ່ຫຼ່ຽມທີ່ກວມເອົາທຸກວັດຖຸທີ່ເລືອກເທົ່ານັ້ນ.