ລວດລາຍ

ເຕີມວັດຖຸດ້ວຍລວດລາຍສອງສີແບບງ່າຍດາຍທີ່ເລືອກໃນໜ້ານີ້.

ລວດລາຍ

ລາຍການລວດລາຍທີ່ມີຢູ່. ທ່ານຍັງສາມາດແກ້ໄຂ ຫຼື ສ້າງລວດລາຍຂອງທ່ານເອງໄດ້.

note

ເພື່ອປ່ຽນຊື່ລວດລາຍ, ໃຫ້ເລືອກລວດລາຍ, ຄລິກຂວາ ແລ້ວເລືອກ ປ່ຽນຊື່. ເພື່ອລຶບລວດລາຍ, ໃຫ້ເລືອກລວດລາຍ, ຄລິກຂວາ ແລ້ວເລືອກ ລຶບ.


ເພີ່ມ

ເພີ່ມລວດລາຍແບບກຳນົດເອງເຂົ້າໃນລາຍການປັດຈຸບັນ. ລະບຸຄຸນສົມບັດຂອງລວດລາຍຂອງທ່ານ, ແລ້ວຄລິກທີ່ປຸ່ມນີ້.

ແກ້ໄຂ

ນຳໃຊ້ຄຸນສົມບັດລວດລາຍປັດຈຸບັນກັບລວດລາຍທີ່ເລືອກ. ຖ້າທ່ານຕ້ອງການ, ທ່ານສາມາດບັນທຶກລວດລາຍພາຍໃຕ້ຊື່ອື່ນໄດ້.

ຕົວເລືອກ

ແຕ້ມ ຫຼື ແກ້ໄຂລວດລາຍ.

ຕົວແກ້ໄຂລວດລາຍ

ແຕ້ມລວດລາຍໃນກະດານພິກເຊວ 8 x 8. ຄລິກທີ່ພິກເຊວລວດລາຍເພື່ອເປີດໃຊ້ງານ, ຄລິກອີກຄັ້ງເພື່ອປິດໃຊ້ງານ.

ສີດ້ານໜ້າ

ຕັ້ງສີຂອງພິກເຊວລວດລາຍທີ່ຖືກເປີດໃຊ້ງານ.

ສີພື້ນຫຼັງ

ຕັ້ງສີຂອງພິກເຊວລວດລາຍທີ່ຖືກປິດໃຊ້ງານ.

ສະແດງຕົວຢ່າງ

ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.