ການຊ່ວຍເຫຼືອ LibreOffice 25.8
ສະແດງ ຫຼື ເຊື່ອງການປ່ຽນແປງທີ່ໄດ້ບັນທຶກໄວ້.
ທ່ານສາມາດປ່ຽນຄຸນສົມບັດການສະແດງຜົນຂອງອົງປະກອບເຄື່ອງໝາຍໂດຍການເລືອກ LibreOffice Writer - ການປ່ຽນແປງ LibreOffice Calc - ການປ່ຽນແປງ ໃນກ່ອງໂຕ້ຕອບ ຕົວເລືອກ.
ເມື່ອທ່ານວາງຕົວຊີ້ເມົາສ໌ໄວ້ເທິງເຄື່ອງໝາຍການປ່ຽນແປງໃນເອກະສານ, ຄຳແນະນຳ ຈະສະແດງຊື່ຜູ້ຂຽນ ແລະ ວັນທີ ແລະ ເວລາທີ່ການປ່ຽນແປງນັ້ນຖືກສ້າງຂຶ້ນ. ຖ້າ ຄຳແນະນຳເພີ່ມເຕີມ ຖືກເປີດໃຊ້, ປະເພດຂອງການປ່ຽນແປງ ແລະ ຄຳເຫັນທີ່ຄັດຕິດມານຳກໍຈະຖືກສະແດງນຳ.
ສະແດງ ຫຼື ເຊື່ອງການປ່ຽນແປງທີ່ໄດ້ບັນທຶກໄວ້.
ຕອງລາຍການການປ່ຽນແປງຕາມວັນທີ ແລະ ເວລາທີ່ທ່ານກຳນົດ.
ປ້ອນວັນທີ ແລະ ເວລາປັດຈຸບັນໃສ່ໃນຫ້ອງທີ່ກ່ຽວຂ້ອງ.
ຕອງລາຍການການປ່ຽນແປງຕາມຊື່ຜູ້ຂຽນທີ່ທ່ານເລືອກຈາກລາຍຊື່.
ຕອງລາຍການການປ່ຽນແປງຕາມຊ່ວງຂອງຫ້ອງທີ່ທ່ານກຳນົດ. ເພື່ອເລືອກຊ່ວງຂອງຫ້ອງໃນແຜ່ນງານຂອງທ່ານ, ໃຫ້ຄລິກທີ່ປຸ່ມ ຕັ້ງຄ່າການອ້າງອີງ (...).
ເລືອກຊ່ວງຂອງຫ້ອງທີ່ທ່ານຕ້ອງການໃຊ້ເປັນຕົວຕອງ, ແລ້ວຄລິກທີ່ປຸ່ມນີ້ເພື່ອວກັບຄືນໄປຫາລາຍການຕົວຕອງ.
ຕອງລາຍການການປ່ຽນແປງຕາມປະເພດຂອງການປ່ຽນແປງທີ່ທ່ານເລືອກໃນຫ້ອງ ການກະທຳ.
ຕອງຄຳເຫັນຂອງການປ່ຽນແປງຕາມຄຳສຳຄັນທີ່ທ່ານປ້ອນເຂົ້າ.
ທ່ານຍັງສາມາດໃຊ້ ນິພົດປົກກະຕິ (ຕົວແທນ) ເມື່ອທ່ານຕອງຄຳເຫັນ.
ສະແດງ ຫຼື ເຊື່ອງການປ່ຽນແປງທີ່ຖືກຍອມຮັບແລ້ວ.
ສະແດງ ຫຼື ເຊື່ອງການປ່ຽນແປງທີ່ຖືກປະຕິເສດ.
ຄຳສັ່ງລຸ່ມນີ້ມີໃຫ້ໃຊ້ສະເພາະໃນ ແຖບເຄື່ອງມືຕິດຕາມການປ່ຽນແປງ ເທົ່ານັ້ນ.
ຄ່າເລີ່ມຕົ້ນ. ການແຊກ ແລະ ການລຶບ ຈະຖືກສະແດງຢູ່ໃນເນື້ອໃນຕາມການຕັ້ງຄ່າໃນ LibreOffice - ສິ່ງທີ່ມັກເຄື່ອງມື - ຕົວເລືອກ - LibreOffice Writer - ການປ່ຽນແປງ.
ສະແດງເນື້ອໃນທີ່ຖືກລຶບຢູ່ໃນຂອບ. ສ່ວນການແຊກຈະຖືກສະແດງຢູ່ໃນເນື້ອໃນ.
ສະແດງເນື້ອໃນທີ່ຖືກແຊກຢູ່ໃນຂອບ. ສ່ວນການລຶບຈະຖືກສະແດງຢູ່ໃນເນື້ອໃນ.