ຕົວແກ້ໄຂ (Solver)

ເປີດກ່ອງໂຕ້ຕອບ ຕົວແກ້ໄຂ. ຕົວແກ້ໄຂຊ່ວຍໃຫ້ທ່ານແກ້ໄຂບັນຫາທາງຄະນິດສາດທີ່ມີຕົວປ່ຽນບໍ່ຮູ້ຄ່າຫຼາຍຕົວ ແລະ ຊຸດຂອງຂໍ້ຈຳກັດຂອງຕົວປ່ຽນໂດຍໃຊ້ວິທີການຫາຄ່າເປົ້າໝາຍ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ເຄື່ອງມື - ຕົວແກ້ບັນຫາ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ເຄື່ອງມື - ຕົວແກ້ບັນຫາ.

ໃນເມນູ ເຄື່ອງມື ຂອງແຖບ ເຄື່ອງມື, ໃຫ້ເລືອກ ຕົວແກ້ບັນຫາ.

ຈາກແຖບເຄື່ອງມື:

ໄອຄອນ ຕົວແກ້ບັນຫາ

ຕົວແກ້ບັນຫາ


ການຕັ້ງຄ່າຕົວແກ້ໄຂ

ເຊລເປົ້າໝາຍ

ປ້ອນ ຫຼື ຄລິກການອ້າງອີງເຊລຂອງເຊລເປົ້າໝາຍ. ຫ້ອງນີ້ໃຊ້ທີ່ຢູ່ຂອງເຊລທີ່ຕ້ອງການປັບຄ່າໃຫ້ເໝາະສົມທີ່ສຸດ.

ປັບຜົນຮັບໃຫ້ເປັນ

ໂດຍການປ່ຽນເຊລ

ປ້ອນຊ່ວງເຊລທີ່ສາມາດປ່ຽນແປງໄດ້. ສິ່ງເຫຼົ່ານີ້ແມ່ນຕົວປ່ຽນຂອງສົມຜົນ.

ເງື່ອນໄຂຂໍ້ຈຳກັດ

ເພີ່ມຊຸດຂອງຂໍ້ຈຳກັດສຳລັບບັນຫາທາງຄະນິດສາດ. ຂໍ້ຈຳກັດແຕ່ລະຢ່າງປະກອບດ້ວຍການອ້າງອີງເຊລ (ຕົວປ່ຽນ), ຕົວດຳເນີນການ, ແລະ ຄ່າ.

note

ທ່ານສາມາດຕັ້ງຫຼາຍເງື່ອນໄຂໃຫ້ກັບຕົວປ່ຽນດຽວໄດ້. ຕົວຢ່າງ: ຕົວປ່ຽນໃນເຊລ A1 ທີ່ຕ້ອງເປັນຈຳນວນຖ້ວນ ແລະ ນ້ອຍກວ່າ 10. ໃນກໍລະນີນັ້ນ, ໃຫ້ຕັ້ງສອງເງື່ອນໄຂຂໍ້ຈຳກັດສຳລັບ A1.


ຕົວເລືອກ

ເປີດກ່ອງໂຕ້ຕອບ ຕົວເລືອກຕົວແກ້ໄຂ.

ກ່ອງໂຕ້ຕອບ ຕົວເລືອກຕົວແກ້ໄຂ ຊ່ວຍໃຫ້ທ່ານເລືອກອັນກໍຣິທຶມການແກ້ໄຂທີ່ແຕກຕ່າງກັນສຳລັບບັນຫາແບບເສັ້ນຊື່ ແລະ ບໍ່ເປັນເສັ້ນຊື່ ແລະ ຕັ້ງຄ່າພາຣາມີເຕີການແກ້ໄຂຂອງພວກມັນ.

ແກ້ໄຂ

ຄລິກເພື່ອແກ້ໄຂບັນຫາດ້ວຍການຕັ້ງຄ່າປັດຈຸບັນ. ການຕັ້ງຄ່າໃນກ່ອງໂຕ້ຕອບຈະຖືກເກັບໄວ້ຈົນກວ່າທ່ານຈະປິດເອກະສານປັດຈຸບັນ.

ວິທີການແກ້ສົມຜົນດ້ວຍຕົວແກ້ໄຂ

ເປົ້າໝາຍຂອງຂະບວນການຕົວແກ້ໄຂແມ່ນເພື່ອຊອກຫາຄ່າຕົວປ່ຽນຂອງສົມຜົນທີ່ໃຫ້ຜົນຮັບທີ່ເໝາະສົມທີ່ສຸດໃນ ເຊລເປົ້າໝາຍ, ເຊິ່ງເອີ້ນວ່າຍັງ "ວັດຖຸປະສົງ". ທ່ານສາມາດເລືອກໄດ້ວ່າຄ່າໃນເຊລເປົ້າໝາຍຄວນເປັນຄ່າສູງສຸດ, ຕ່ຳສຸດ, ຫຼື ເຂົ້າໃກ້ຄ່າທີ່ກຳນົດໄວ້.

ຄ່າຕົວປ່ຽນເລີ່ມຕົ້ນຈະຖືກແຊກໃນຊ່ວງເຊລຮູບສີ່ແຈສາກທີ່ທ່ານປ້ອນໃນຫ້ອງ ໂດຍການປ່ຽນເຊລ.

ທ່ານສາມາດກຳນົດຊຸດຂອງເງື່ອນໄຂຂໍ້ຈຳກັດສຳລັບບາງເຊລໄດ້. ຕົວຢ່າງ: ທ່ານສາມາດຕັ້ງຂໍ້ຈຳກັດວ່າຕົວປ່ຽນ ຫຼື ເຊລໃດໜຶ່ງຕ້ອງບໍ່ໃຫຍ່ກວ່າຕົວປ່ຽນອື່ນ, ຫຼື ບໍ່ໃຫຍ່ກວ່າຄ່າທີ່ກຳນົດໄວ້. ທ່ານຍັງສາມາດກຳນົດຂໍ້ຈຳກັດວ່າຕົວປ່ຽນໜຶ່ງຕົວ ຫຼື ຫຼາຍກວ່ານັ້ນຕ້ອງເປັນຈຳນວນຖ້ວນ (ຄ່າທີ່ບໍ່ມີທົດສະນິຍົມ), ຫຼື ຄ່າໄບນາຣີ (ອະນຸຍາດພຽງ 0 ແລະ 1 ເທົ່ານັ້ນ).

ການໃຊ້ຕົວແກ້ໄຂແບບບໍ່ເປັນເສັ້ນຊື່

ບໍ່ວ່າທ່ານຈະໃຊ້ DEPS ຫຼື SCO, ທ່ານເລີ່ມຕົ້ນໂດຍການໄປທີ່ ເຄື່ອງມື - ຕົວແກ້ໄຂ ແລະ ຕັ້ງຄ່າເຊລທີ່ຈະປັບໃຫ້ເໝາະສົມ, ທິດທາງທີ່ຈະໄປ (ເຮັດໃຫ້ຕ່ຳສຸດ, ເຮັດໃຫ້ສູງສຸດ) ແລະ ເຊລທີ່ຈະຖືກແກ້ໄຂເພື່ອໃຫ້ບັນລຸເປົ້າໝາຍ. ຈາກນັ້ນໄປທີ່ ຕົວເລືອກ ແລະ ລະບຸຕົວແກ້ໄຂທີ່ຈະໃຊ້ ແລະ ຫາກຈຳເປັນໃຫ້ປັບ ພາຣາມີເຕີ ທີ່ກ່ຽວຂ້ອງ.

There is also a list of constraints you can use to restrict the possible range of solutions or to penalize certain conditions. However, in case of the evolutionary solvers DEPS and SCO, these constraints are also used to specify bounds on the variables of the problem. Due to the random nature of the algorithms, it is highly recommended to do so and give upper (and in case "Assume Non-Negative Variables" is turned off also lower) bounds for all variables. They don't have to be near the actual solution (which is probably unknown) but should give a rough indication of the expected size (0 ≤ var ≤ 1 or maybe -1000000 ≤ var ≤ 1000000).

ຂອບເຂດຖືກລະບຸໂດຍການເລືອກຕົວປ່ຽນໜຶ່ງຕົວ ຫຼື ຫຼາຍກວ່າ (ເປັນຊ່ວງ) ທາງດ້ານຊ້າຍ ແລະ ປ້ອນຄ່າຕົວເລກ (ບໍ່ແມ່ນເຊລ ຫຼື ສູດ) ທາງດ້ານຂວາ. ວິທີນັ້ນທ່ານຍັງສາມາດເລືອກຕົວປ່ຽນໜຶ່ງຕົວ ຫຼື ຫຼາຍກວ່າໃຫ້ເປັນ ຈຳນວນຖ້ວນ ຫຼື ໄບນາຣີ ເທົ່ານັ້ນ.